ທຸກຫມວດຫມູ່

ຂ່າວອຸດສາຫະກໍາ

ເຈົ້າ​ຢູ່​ທີ່​ນີ້ : ບ້ານ> ຂ່າວ > ຂ່າວອຸດສາຫະກໍາ

ລັດຖະບານ​ອິນ​ໂດ​ເນ​ເຊຍ​ຈະ​ລົງທຶນ​ເກືອບ 100 ຕື້​ໂດ​ລາ​ໃນ​ການ​ພັດທະນາ​ໄຟຟ້າ​ພາຍ​ໃນ​ສິບ​ປີ

ເວລາ: 2015-01-25 ຜູ້ຊົມ: 1

ຕາມ​ຂ່າວCRI: ວັນ​ທີ 8 ກັນຍາ​ນີ້, "ເຂັມທິດ" ຂອງ​ອິນ​ໂດ​ເນ​ເຊຍ​ລາຍ​ງານ​ວ່າ, ລັດຖະບານ​ອິນ​ໂດ​ເນ​ເຊຍ​ຈະ​ຕ້ອງ​ລົງທຶນ 97 ຕື້​ໂດ​ລາ​ສະຫະລັດ​ເພື່ອ​ພັດທະນາ​ເຄື່ອງ​ໄຟຟ້າ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ 10 ປີ​ຕໍ່ໜ້າ.

ວັນ​ທີ 6 ກັນຍາ​ນີ້, ລັດຖະບານ​ອິນ​ໂດ​ເນ​ເຊຍ​ໄດ້​ເປີດ​ເຜີຍ "​ແຜນການ​ພັດທະນາ​ພະລັງງານ​ໄຟຟ້າ​ອິນ​ໂດ​ເນ​ເຊຍ 2010-2019" ຢູ່​ນະຄອນຫຼວງ​ຈາ​ກາ​ຕາ. ຕາມ​ແຜນການ​ນີ້, ການ​ລົງທຶນ​ຈະ​ສຸມ​ໃສ່​ການ​ກໍ່ສ້າງ​ສະຖານີ​ໄຟຟ້າ ​ແລະ ວາງ​ຕາ​ໜ່າງ​ສະໜອງ​ໄຟຟ້າ​ໃນ​ທົ່ວ​ປະ​ເທດ.

ບໍລິສັດ​ໄຟຟ້າ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ຈະ​ລະດົມ​ທຶນ​ທີ່​ຈຳ​ເປັນ​ໂດຍ​ຜ່ານ​ຫຼາຍ​ຊ່ອງ​ທາງ. ມີ​ລາຍ​ງານ​ວ່າ, ລັດຖະບານ​ອິນ​ໂດ​ເນ​ເຊຍ​ຈະ​ລົງທຶນ​ໃນ​ແຜນການ, ​ແລະ​ທະນາຄານ​ຕ່າງໆ​ຍັງ​ຈະ​ໃຫ້​ເງິນ​ກູ້​ດອກ​ເບ້ຍ​ຕ່ຳ. ພ້ອມ​ກັນ​ນັ້ນ, ບໍລິສັດ​ຍັງ​ພິຈາລະນາ​ການ​ປ່ອຍ​ເງິນ​ກູ້​ໃຫ້​ອົງການ​ການ​ເງິນ​ຕ່າງປະ​ເທດ​ໃນ​ຮູບ​ແບບ​ສິນ​ເຊື່ອ​ສົ່ງ​ອອກ.